free responsive website templates

ProMinent Fluid Controls(Thailand) Co.,Ltd.

ແມ່ນຜູ້ຜະລິດ ແລະ ອອກແບບອຸປະກອນ ລວມເຖິງໃຫ້ຄຳແນະນຳ ສຳລັບລະບົບຕ່າງໆ ໃນອຸດສາຫະກຳການສູບຈ່າຍເຄມີ ແລະ ຍັງເປັນຄູ່ຄ້າທີ່ເຊື່ອຖືໄດ້ ສຳລັບການບຳບັດນ້ຳ ດ້ວຍນະວັດຕະກຳທາງດ້ານສິນຄ້າ ການບໍລິການ ແລະກະບວນການແກ້ໄຂປັນຫາແບບສະເພາະເຈາະຈົງຂອງເຮົາ ເຮົາໄດ້ຫາທາງເລືອກທີ່ມີປະສິດທິພາບສູງ ແລະ ມີຄວາມປອດໄພໃຫ້ສຳລັບລູກຄ້າຂອງເຮົາທົ່ວໂລກ 

  • ເຮົາເລີ່ມຈາກການຄິດຄົ້ນ ພັດທະນາແລະຜະລິດປ້ຳທີ່ຂັບເຄື່ອນໂດຍໂຊລິນອຍ (ຂົດລວດແມ່ເຫຼັກໄຟຟ້າ) ຈາກນັ້ນເຮົາໄດ້ຄິດຄົ້ນ ແລະ ພັດທະນາສິນຄ້າຊະນິດໃໝ່ໆ ເພື່ອສະໜອງຕໍ່ຄວາມຕ້ອງການຂອງລູກຄ້າທີ່ມີສູງຂຶ້ນ ແລະ ດ້ວຍພະນັກງານທີ່ຜ່ານການຄັດເລືອກຄຸນນະພາບ ເຮົາຈຶ່ງໄດ້ເຕີບໃຫຍ່ຂຶ້ນຈາກການເປັນຜູ້ຜະລິດອຸປະກອນ ມາເປັນຜູ້ຜະລິດແລະຈັດການລະບົບ ສຳລັບເຕັກໂນໂລຊີການສູບຈ່າຍເຄມີ ການບຳບັດນ້ຳ ແລະການຂ້າເຊື້ອໃນນ້ຳ ທຸກກະບວນການຢ່າງຄົບວົງຈອນ
  • ສຳນັກງານໃຫຍ່ຂອງເຮົາຕັ້ງຢູ່ເມືອງໄຮເດວເບີກ ປະເທດເຢຍລະມັນ ມິສຳນັກງານຂາຍ ແລະ ຫົວໜ່ວຍ 56 ແຫ່ງ ແລະຍັງມີຕົວແທນອີກກວ່າ 60 ແຫ່ງ ທົ່ວໂລກທີ່ຈະໄດ້ຮັບປະກັນການບໍລິການຢ່າງຄົບວົງຈອນ ແລະ ໃນປີ 2020 ໂພຣມິເນັ້ນປະເທດໄທຈະຄົບຮອບ 35 ປີ
         ລູກຄ້າຂອງເຮົາຕ້ອງການຫຼາຍກວ່າພຽງແຕ່ການໃຊ້ງານນັ້ນ ແມ່ນເຫດຜົນທີ່ເຕັກໂນໂລຊີຂອງເຮົາໄດ້ຖືກອອກແບບຂຶ້ນໂດຍຄຳນຶງ ເຖິງຄວາມສົມບູນແບບແລະການແກ້ປັນຫາທີ່ເນັ້ນປະສິດທິພາບທີ່ສູງສຸດສຳລັບພວກເຮົາ ນີ້ແມ່ນພັນທະສັນຍາອັນສືບຕໍ່ ສຳລັບເຮົາທີ່ຄິດຄົ້ນວິໄຈ ແລະ ພັດທະນານະວັດຕະກຳໃໝ່ໆ ຢ່າງບໍ່ຢຸດຢັ້ງ ແລະການບັນລຸເປົ້າໝາຍຂອງວຽກງານ ແມ່ນຄວາມພາກພູມໃຈຂອງພວກເຮົາໃນຖານະຜູ້ນຳຕະຫຼາດໃນລະດັບໂລກ ການຄິດຄົ້ນທືີ່ຫຼາກຫຼາຍໄດ້ສ້າງແນວທາງແລະມາດຕະຖານໃໝ່ໆ ຢູ່ເປັນປະຈຳ ແລະເຮົາພູມໃຈທີ່ຈະສະໜອງຜະລິດຕະພັນຄຸນນະພາບພາຍໃຕ້ຊື່ 
          ທຸກອຸດສາຫະກຳມັກຈະມີຄວາມເປັນເອກະລັກໃນໂຕມັນເອງ ນີ້ແມ່ນເລື່ອງທີ່ເປັນຄວາມຈິງຢ່າງຍິ່ງ ໂດຍສະເພາະໃນອຸດສາຫະກຳການບຳບັດນ້ຳ ແລະ ການຈັດການສູບຈ່າຍເຄມີ ເຮົາໂພຣມິເນັ້ນ ຈຶ່ງປັບສິນຄ້າ ແລະ ບໍລິການຂອງເຮົາໃຫ້ສອດຄ້ອງກັບຕະຫຼາດ ໂດຍແບ່ງກົນລະຍຸດອອກເປັນ 2 ກຸ່ມທຸລະກິດ ແມ່ນ
ການຈັດການສູບຈ່າຍເຄມີ ແລະ ການບຳບັດນ້ຳ
          ເຮົາແນມເຫັນໂອກາດໃໝ່ໆ ໃນທຸກສ່ວນຂອງເຕັກໂນໂລຊີການສູບຈ່າຍເຄມີ ແລະ ການບຳບັດນ້ຳ ເຮົາພ້ອມແລ້ວສຳລັບອະນາຄົດ ເຮົາຂອຂອບໃຈທ່ານທີ່ໃຫ້ໂອກາດພວກເຮົາໄດ້ໃຊ້ຄວາມຊຳນານ ແລະ ຄວາມເຂົ້າໃຈທີ່ສັ່ງສົມມາເພື່ອ ປະຍຸກໃຊ້ໃນແຕ່ລະອຸດສາຫະກຳ ຢ່າງມີປະສິດທິພາບສູງ ລວມໄປເຖິງຄວາມເປັນມິດກັບສິ່ງແວດລ້ອມ ນະວັດຕະກຳໃໝ່ໆ ແລະ ວິທີແກ້ປັນຫາໃໝ່ໆ ທີ່ອອກແບບຢ່າງສະເພາະເຈາະຈົງ ສຳລັບໃນແຕ່ລະການປະຍຸກນຳໃຊ້ ແຕ່ເໜືອສິ່ງອື່ນໃດເຮົາຂໍຂອບໃຈສຳລັບພັນທະສັນຍາ ເພື່ອທີ່ເຮົາຈະຢຶດໝັ້ນ ແລະ ເຮັດໃຫ້ດີທີສຸດໃນທຸກໆ ແນວທາງການເຮັດວຽກຂອງເຮົາ

ProMinent Fluid Controls (Thailand) Co.,Ltd.

+66 (0) 2 376 0008 - 12

crm@prominent.co.th

2991/7 Ladprao Rd. Klongchan, Bangkapi, Bangkok, 10240 Thailand.