bootstrap theme

ພາບລວມຂອງຜະລິດຕະພັນ


ມີຄວາມຊ່ຽວຊານມາດົນນານກວ່າ 55 ປີ
ເຕັກນິກການສູບຈ່າຍສານເຄມີແຫຼວແມ່ນທຸລະກິດສະເພາະຂອງ ProMinent ເຕັກໂນໂລຊີທີ່ຜ່ານການທົດສອບຂອງເຮົາ ເສີມທັບດ້ວຍຜະລິດຕະພັນ ສຳລັບກາຮບຳບັດນ້ຳ ແລະ ລະບົບຂ້າເຊື້ອໃນນ້ຳຢ່າງສົມບູນແບບ ການແກ້ໄຂປັນຫາດ່ຽວ ແລະ ລະບົບ - ProMinent ສະໜອງໃຫ້ລູກຄ້າ ດ້ວຍໂປຣແກຣມໂມດູນທີ່ມີຄວາມຢືດຢຸ່ນແລະຕົ້ນທຸນປະສິດທິພາບສູງສຸດ

ສະມັດທະນະທາງວິດສະວະກຳລວມກັບການໃຫ້ຄຳແນະນຳສ່ວນບຸກຄົນ
ProMinent ມີບໍລິການຫຼາຍຮູບແບບ ຫຼາຍດ້ານ - ເຊິ່ງເຮັດໃຫ້ທຸລະກິດວິສະວະກຳຂອງເຮົາໜ້າຕື່ນເຕັ້ນທຸກວັນ ກະບວນການຜະລິດທີ່ມີປັດໄຈຄວາມຕ້ອງການສູງທີ່ບໍ່ຄືກັບໃຜ ມີຄົນຄອຍໃຫ້ຄຳປຶກສາໃນໂປຣເຈກຕ່າງໆ ຊ່ຽວຊານຈອງເຮົາຍິນດີໃຫ້ຄຳປຶກສາໃນການປະຍຸກນຳໃຊ້ແຕ່ລະປະເພດ ແລະເຮົາມີຈິດວິນຍານໃນການໃຫ້ບໍລິການທີ່ມີປະສິດທິພາບ ເຊື່ອຖືໄດ້ ເພື່ອກະບວນການປະຕິບັດງານອັນລາບລື່ນທົ່ວໂລກ

ກຸ່ມຜະລິດຕະພັນ

ປ້ຳສູບຈ່າຍນ້ຳ

ກຸ່ມຜະລິດຕະພັນລຸ້ນຕ່າງໆ ຫຼາກຫຼາຍ, ຊ່ວຍໃຫ້ສະມັດຖະນະກວ້າງ: ຕັ້ງແຕ່ລະດັບມິນລິແມັດ ເຊັ່ນ ສຳລັບໃນຫ້ອງທົດລອງ ໄປຫາ 40,000 ລິດຕໍ່ຊົ່ວໂມງ ເຊັ່ນ ສຳລັບການນຳໃຊ້ໃນກະບວນການເຕັກໂນໂລຊີ

ປ້ຳສູບຈ່າຍສຳລັບກະບວນການຜະລິດ

ບໍ່ມີປະນີປະນອມ ສຳລັບການປະຍຸກໃຊ້ຂັ້ນສູງໃນປິໂຕເຄມີຫຼືໃນອຸດສາຫະກຳນ້ຳມັນ ແລະ ກ໊າສຕ້ອງບໍ່ເຮັດໃຫ້ເກີດຄວາມສ່ຽງໃນການສູບຈ່າຍຂອງແຫຼວເປັນພິດ, ຂອງແຫຼວກັດກ່ອນ ແລະ ຂອງແຫຼວຕິດໄຟເດັດຂາດ ເຮົາກຳລັງເວົ້າເຖິງແຮງດັນສູງ ແລະ ອຸນຫະພູມສຸດຂົ້ວທີ່ປ້ຳສູບຈ່າຍຕ້ອງເຈີ ມັນຊິມີຫຍັງດີໄປກວ່າເຕັກໂນໂລຊີຊັ້ນຍອດຂອງ ProMinent ໃນການປະຍຸກໃຊ້ງານທີ່ຕ້ອງການຄວາມລະອຽດ

ເຕັກໂນໂລຊີການສັດແທກຄ່າ ແລະ ການຄວບຄຸມ, ເຕັກໂນໂລຊີເຊັນເຊີ

ເຕັກໂນໂລຊີການວັດແທກຄ່າ ແລະ ການຄວບຄຸມຕ້ອງມີປະສິດທິພາບ ເຕັກໂນໂລຊີເຊັນເຊີທີ່ທ່ຽງຕົງ ເປັນສ່ວນໜຶ່ງຂອງເຕັກໂນໂລຊີດັ່ງກ່າວ ວິທີນີ້ແມ່ນຈະຊ່ວຍເຮັດໃຫ້ການສູບຈ່າຍຕົວກາງຂອງແຫຼວໄດ້ທ່ຽງຕົງ ຊ່ຽວຊານຂອງ ProMinent ມີຄວາມຮູ້ກ່ຽວກັບເຕັກໂນໂລຊີກະບວນການຜະລິດທາງອຸດສາຫະກຳເປັນພິເສດ ພວກເຮົາໄດ້ວິໄຈສືບຕໍ່ ແລະ ນຳທັກສະຄວາມຮູ້ທັ້ງໝົດມາໃຊ້ປະໂຫຍດໃນການພັດທະນານະວັດຕະກຳທີ່ບໍ່ເຄີຍມີມາກ່ອນ ເຮົາມີຄວາມຍິນດີທີ່ໄດ້ຮ່ວມມີສ່ວນໃນການກຳໜົດມາດຕະຖານໃໝ່ ດ້ານຄຸນນະພາບແລະຄວາມໜ້າເຊື່ອຖືພ້ອມຄວາມໄວ້ວາງໃຈ

ລະບົບການຂ້າເຊື້ອແລະລະບົບອອກຊິເດຊັ່ນ

ຊ່ຽວຊານຂອງ ProMinent ລວມລະບົບທີ່ສະໜັບສະໜູນການປະຍຸກໃຊ້ໄດ້ດີທີສຸດຈາກກຸ່ມ ຜະລິດຕະພັນທີ່ຫຼາກຫຼາຍໄວ້ນຳແນ່ນອນ ກຸ່ມຜະລິດຕະພັນແມ່ນຄອບຄຸມແຕ່ປ້ຳສູບຈ່າຍສຳລັບຊ່ວງຂອງສະມັດຖະນະທັ້ງໝົດ ຜ່ານເຕັກໂນໂລຊີການວັດແທກ ແລະ ຄວບຄຸມໄປຈົນເຖິງລະບົບຕົວກອງຜ່ານເຍື່ອເມມເບນ ແລະ ກະບວນການຂ້າເຊື້ອປັດຈຸບັນ ເຮົາຈັດສົ່ງໂຊລູຊັ່ນຄົບວົງຈອນທີ່ປະສິດທິພາບສູງ ນຳໃຊ້ໄດ້ຢ່າງປອດໄພ ລວມເຖິງການຊ່ວຍເຫຼືອສະໜັບສະໜູນທາງເຕັກນິກຈາກທົ່ວໂລກ

ໂຊລູຊັ່ນດິຈິຕອນ - DULCOnneX

ຄວາມໜ້າເຊື່ອຖືໃນກະບວນການຜະລິດທີ່ຫຼາຍຂຶ້ນ, ຄວາມໝັ້ນໃຈແລະຄວາມໂປ່ງໃສຜ່ານການເຝຢ້າເບິ່ງແບບລຽວທາມ, ສຽງແຈ້ງເຕືອນສະເພາະການລາຍງານອັດຕະໂນມັດ: ຄວບຄຸມການຈັດການຂອງແຫຼວແບບດິຈິຕອນດ້ວຍ DULCOnneX

ProMinent Fluid Controls (Thailand) Co.,Ltd.

+66 (0) 2 376 0008 - 12

crm@prominent.co.th

2991/7 Ladprao Rd. Klongchan, Bangkapi, Bangkok, 10240 Thailand.